ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ກ່ຽວກັບ

ຄຳຖາມທີ່ພົບເລື້ອຍໆ

RFJ ແມ່ນໂຄງການໃຫ້ລາງວັນທີ່ມີຫລາຍໜ່ວຍງານກ່ຽວພັນ ສ້າງຕັ້ງຂຶ້ນໂດຍ ກົດໝາຍເພື່ອປາບປາມ ລັດທິກໍ່ການຮ້າຍສາກົນ 1984, ກົດໝາຍມະຫາຊົນ 98-533 (1984 Act to Combat International Terrorism, Public Law 98-533) (ຈັດໃນລະຫັດ 22 U.S.C. § 2708) ແລະ ຄຸ້ມຄອງໂດຍ ກົມຄວາມປອດໄພທາງການທູດຂອງ ກະຊວງການຕ່າງປະເທດ.  

ພາລະກິດຂອງ RFJ ແມ່ນເພື່ອສ້າງຂໍ້ມູນຂ່າວສານທີ່ຊ່ວຍເຫລືອປົກປ້ອງ ຄວາມປອດໄພຂອງຊາດ.  

ພາຍໃຕ້ກົດການອະນຸຍາດຂອງກົດໝາຍປີ 1984, ພາລະກິດເບື້ອງຕົ້ນຂອງ RFJ ແມ່ນມີຈຸດປະສົງມອບລາງວັນເຊິ່ງ

  • ນຳໄປສູ່ການຈັບຕົວ ຫລື ສານຕັດສິນວ່າກະທຳຜິດສຳລັບຜູ້ໃດໜຶ່ງທີ່ວາງແຜນ, ກະທຳຜິດ, ຊ່ວຍເຫລືອ ຫລື ພະຍາຍາມກະທຳການກໍ່ການຮ້າຍສາກົນຕໍ່ປະຊາຊົນ ຫລື ຊັບສິນ ຂອງສະຫະລັດ
  • ປ້ອງກັນການເກີດຂຶ້ນຂອງການກະທຳດັ່ງກ່າວໃນແຕ່ຕົ້ນ
  • ນຳໄປສູ່ການລະບຸຕົວຕົນ ຫລື ທີ່ຕັ້ງຂອງຜູ້ນຳຂອງ ຜູ້ກໍ່ການຮ້າຍຕົ້ນຕໍ
  • ຂັດຂວາງ ການສະໜັບສະໜູນທາງການເງິນແກ່ລັດທິກໍ່ການຮ້າຍ

 

ໃນປີ 2017, ສະພາຄອນເກສໄດ້ແກ້ໄຂການອະນຸມັດທາງກົດໝາຍຂອງ RFJ ເພື່ອລວມເອົາການມອບລາງວັນສຳລັບຂໍ້ມູນເບາະແສທີ່ນຳໄປສູ່

  • ການຂັດຂວາງ ກົນໄກທາງການເງິນຂອງບຸກຄົນທີ່ມີສ່ວນຮ່ວມໃນກິດຈະກຳໜຶ່ງໆເພື່ອສະໜັບສະໜູນ ລັດຖະບານເກົາຫຼີເໜືອ
  • ການລະບຸຕົວຕົນ ຫລື ທີ່ພັກຂອງບຸກຄົນໃດໜຶ່ງຜູ້ທີ່ກະທຳພາຍໃຕ້ການຊີ້ນຳ ຫລື ພາຍໃຕ້ການຄວບຄຸມຂອງ ລັດຖະບານຕ່າງປະເທດ, ການຊ່ວຍເຫຼືອ ຫລື ສະໜັບສະໜູນຕໍ່ການລະເມີດ ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີ (ການເຂົ້າບຸກລຸກ ຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮູບການອື່ນໆຂອງການສໍ້ໂກງທີ່ກ່ຽວຂ້ອງກັບ ຄອມພິວເຕີ

 

ການມອບລາງວັນສາມາດມີຈຳນວນຈາກໜ້ອຍກວ່າ 1 ລ້ານໂດລາຈົນເຖິງສູງສຸດ 25 ລ້ານໂດລາ.  

RFJ ສາມາດຈ່າຍເງິນລາງວັນໃນກໍລະນີບໍ່ມີການສະເໜີລາງວັນລ່ວງໜ້າ.

ນັບແຕ່ການເລີ່ມຕົ້ນ, RFJ ໄດ້ຈ່າຍລາງວັນແລ້ວເກີນ 250 ລ້ານໂດລາໃຫ້ກັບຄົນຫລາຍກວ່າ 125 ຄົນ ຜູ້ທີ່ໄດ້ໃຫ້ຂໍ້ມູນທີ່ເປັນປະໂຫຍດ ເຊິ່ງຊ່ວຍໃນການປົກປ້ອງ ຄວາມປອດໄພຂອງຊາດ.  

ຄວາມພະຍາຍາມເຫລົ່ານີ້ໄດ້ຊ່ວຍເຫລືອຊີວິດຄົນບໍລິສຸດເປັນຈຳນວນນັບບໍ່ຖ້ວນ.

ນອກຈາກນັ້ນ ເວັບໄຊທ໌ RFJ, ພວກເຮົາໃຊ້ ແພລດຟອມສື່ສັງຄົມ, ໂພສເຕີ້, ສະມຸດຈັບຄູ່, ການໂຄສະນາທີ່ເສຍຄ່າທຳນຽມໃນວິທະຍຸ ແລະ ໜັງສືພິມ, ອິນເຕີເນັດ ແລະ ວິທີການທີ່ເໝາະສົມອື່ນໆເພື່ອສື່ສານກັບບຸກຄົນທີ່ອາດມີຂໍ້ມູນທີ່ກ່ຽວຂ້ອງນັ້ນ.

ການຮັກສາຄວາມລັບແມ່ນສຳຄັນໃນດ້ານໂຄງການ RFJ. ພວກເຮົາບໍ່ເປີດເຜີຍຂໍ້ມູນສະເພາະທີ່ໄດ້ສົ່ງໃນການຕອບສະໜອງຕໍ່ການມອບລາງວັນຂອງພວກເຮົາສູ່ສາທາລະນະ ຫລື ຊື່ຂອງບຸກຄົນຜູ້ທີ່ໄດ້ຮັບເງິນລາງວັນ ແລະໂດຍທົ່ວໄປບໍ່ເປີດເຜີຍສູ່ສາທາລະນະວ່າ ເງິນລາງວັນຖືກຈ່າຍແລ້ວ. ໃນກໍລະນີທີ່ເປັນທີ່ໜ້າສົນໃຈຈາກສາທາລະນະໜຶ່ງໆ, ພວກເຮົາອາດປະກາດການຈ່າຍເງິນລາງວັນ, ແຕ່ບໍ່ແມ່ນຂໍ້ມູນທີ່ໄດ້ໃຫ້ ຫລື ຊື່ຂອງແຫລ່ງຜູ້ທີ່ສົ່ງຂໍ້ມູນນັ້ນ.

ໃນເດືອນກຸມພາ 1995, ຣາມຊີ ຍູເຊຟ, ໜຶ່ງໃນມືວາງລະເບີດເຫດການລະເບີດ 1993 World Trade Center, ລາວຖືກຊອກພົບທີ່ຢູ່ ແລະຖືກຈັບຕົວໃນປາກີສຖານ ຍ້ອນວ່າໄດ້ຮັບຂໍ້ມູນທີ່ໃຫ້ໂດຍແຫລ່ງ ຜູ້ທີ່ຕອບສະໜອງຕໍ່ ການສະເໜີລາງວັນຂອງ RFJ. 

ນອກຈາກນັ້ນ RFJ ຍັງໄດ້ຈ່າຍລາງວັນຫລວງຫລາຍຕໍ່ບຸກຄົນຕ່າງໆ ໃນພິທີການຈ່າຍເງິນລາງວັນທີ່ເປັນສາທາລະນະທັງສີ່ພິທີຕ່າງກັນໃນປະເທດ ຟິລິບປິນ.  ໃນວັນທີ 7 ມິຖຸນາ 2007, ທີ່ພິທີການມອບລາງວັນສາທາລະນະ, RFJ ໄດ້ຈ່າຍເງິນລາງວັນທັງໝົດ 10 ລ້ານໂດລາ. ການຈ່າຍເງິນລາງວັນນີ້ເປັນການຈ່າຍເງິນລາງວັນຂອງ RFJ ທີ່ໃຫ່ຍສຸດໃນ ຟິລິບປິນ ນັບແຕ່ໄດ້ເລີ່ມຕົ້ນໂຄງການມາ. 

RFJ ໄດ້ຈ່າຍລາງວັນ 3 ລ້ານໂດລາໃຫ້ກັບຜູ້ທີ່ໄດ້ສະໜອງຂໍ້ມູນທີ່ສາມາດນຳໄປສູ່ການຈັບຕົວ ແລະ ລົງໂທດຜູ້ນຳ ຜູ້ກໍ່ການຮ້າຍ Ahmed Abu Khattalah, ຜູ້ວາງແຜນໃນການໂຈມຕີ ອາຄານວຽກງານຊົ່ວຄາວຂອງ ສຫລ ແລະ ເຂົ້າຍຶດຄອງໃນ ເບນກາຊີ, ປະເທດລີເບຍ ເຊິ່ງເຮັດໃຫ້ຊາວອາເມຣິກາສີ່ຄົນເສຍຊີວິດ ລວມເຖິງ ເອກອັກຄະລັດຖະທູດ ອາເມຣິກາ. 

ຕາມທີ່ໄດ້ກ່າວມາ, RFJ ໄດ້ເຮັດການປະກາດແບບຈຳກັດເປັນບາງຄັ້ງຄາວກ່ຽວກັບ ການຈ່າຍເງິນລາງວັນສຳລັບກໍລະນີທີ່ເປັນທີ່ໜ້າສົນໃຈຂອງມວນຊົນ.  

ພວກເຮົາຍັງໃຫ້ລາຍງານທີ່ປິດລັບຕໍ່ສະພາຄອນເກຣສ ພາຍຫລັງໄດ້ຈ່າຍເງິນລາງວັນແລ້ວ.

ທຸກຄົນມີຄຸນສົມບັດສຳລັບເງິນລາງວັນ ຖ້າສະໜອງຂໍ້ມູນທີ່:

  • ຊ່ວຍປ້ອງກັນ ຫລື ຊ່ວຍໃນການແກ້ໄຂການກໍ່ການຮ້າຍສາກົນຕໍ່ກັບບຸກຄົນ ຫລື ຊັບສິນຂອງ ສະຫະລັດທີ່ທຸກບ່ອນໃນໂລກ.
  • ນຳໄປສູ່ການລະບຸຕົວຕົນ ຫລື ທີ່ຕັ້ງຂອງຜູ້ນຳສຳຄັນໃນ ອົງການກໍ່ການຮ້າຍຕ່າງປະເທດ.
  • ຂັດຂວາງ ກົນໄກທາງການເງິນຂອງບຸກຄົນ ຫລື ອົງກອນທີ່ມີສ່ວນຮ່ວມໃນກິດຈະກຳໜຶ່ງໆທີ່ສະໜັບສະໜູນ ລັດຖະບານເກົາຫຼີເໜືອ.
  • ນຳໄປສູ່ການລະບຸຕົວຕົນ ຫລື ທີ່ພັກຂອງບຸກຄົນໃດໜຶ່ງ ໃນຂະນະທີ່ກະທຳພາຍໃຕ້ການຊີ້ນຳ ຫລື ພາຍໃຕ້ການຄວບຄຸມຂອງ ລັດຖະບານຕ່າງປະເທດ, ຊ່ວຍເຫຼືອ ຫລື ສະໜັບສະໜູນຕໍ່ການລະເມີດ ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີ.  

 

ໂດຍທົ່ວໄປແລ້ວ, ພະນັກງານລັດບໍ່ມີຄຸນສົມບັດສຳລັບເງິນລາງວັນ ຍົກເວັ້ນແຕ່ພວກເຂົາສະໜອງຂໍ້ມູນນອກເໜືອການປະຕິບັດໜ້າທີ່ທາງການຂອງພວກເຂົາ. 

ການຮັກສາຄວາມລັບແມ່ນເສົາຫລັກຂອງໂຄງການ RFJ. RFJ ຮັກສາຄວາມລັບຢ່າງເຂັ້ມງວດຕໍ່ກັບຂໍ້ມູນທີ່ລະບຸຕົວຕົນຂອງຜູ້ໃຫ້ແຫລ່ງຂໍ້ມູນທີ່ສະໜອງເບາະແສ ແລະ ຂອງບຸກຄົນທີ່ໄດ້ຮັບການຈ່າຍເງິນລາງວັນ. ນອກຈາກນັ້ນ, ອາດຈະມີການຍ້າຍຖິ່ນຖານເປັນແຕ່ລະກໍລະນີໄປ ສຳລັບຜູ້ໃຫ້ແຫລ່ງຂໍ້ມູນ ແລະ ຄອບຄົວຂອງພວກເຂົາ.

ການຈ່າຍເງິນລາງວັນຂອງ RFJ ແມ່ນຂະບວນການທີ່ມີການພິຈາລະນາຮອບຄອບ:

  • ສຳນັກງານສືບສວນ ສະຫະລັດ (ເຊັ່ນວ່າ ກະຊວງປ້ອງກັນປະເທດ ຫລື FBI) ຫລື ສະຖານທູດ ສະຫະລັດຢູ່ຕ່າງປະເທດກ່ອນອື່ນຕ້ອງສະເໜີລາຍຊື່ບຸກຄົນສຳລັບເງິນລາງວັນ. ບຸກຄົນອ້າງວ່າເປັນຜູ້ສະໜອງຂໍ້ມູນບໍ່ອາດສະເໜີຊື່ຕົນເອງສຳລັບເງິນລາງວັນ.
  • ໃນການກວດສອບທາງກົດໝາຍກ່ຽວກັບຄຸນສົມບັດການມີສິດໄດ້ຮັບ, ຄະນະກຳມະການທີ່ມີຫລາຍໜ່ວຍງານກ່ຽວພັນກໍ່ຈະປະເມີນຂໍ້ມູນທີ່ສະໜອງໂດຍສຳນັກງານທີ່ສະເໜີຊື່ຢ່າງລະມັດລະວັງ. ຫລັງຈາກຄວາມຮອບຄອບໃນການສະເໜີຊື່ໂດຍອີງຕາມຄວາມຈິງ, ຄະນະກຳມະການເຮັດການນຳສະເໜີຕໍ່ ລັດຖະມົນຕີກະຊວງການຕ່າງປະເທດ (Secretary of State).
  • ການນຳສະເໜີຂອງຄະນະກຳມະການ, ແນວໃດກໍ່ຕາມ, ບໍ່ເປັນການຜູກມັດ. ລັດຖະມົນຕີກະຊວງການຕ່າງປະເທດ ມີສິດແລະຄວາມສາມາດການຕັດສິນໃຈທີ່ສົມບູນຕໍ່ກັບການອະນຸມັດ ຫລື ບໍ່ອະນຸມັດເງິນລາງວັນໃດໜຶ່ງ ແລະສາມາດປ່ຽນແປງຈຳນວນຂອງເງິນລາງວັນພາຍໃນຂໍ້ກຳນົດຂອງກົດໝາຍ.
  • ກ່ອນຈ່າຍເງິນລາງວັນໃນກໍລະນີມີ ເຂດອຳນາດສານທາງອາຍາຂອງລັດຖະບານກາງ, ໄອຍະການສູງສຸດຕ້ອງເຫັນດີກັບ ລັດຖະມົນຕີກະຊວງການຕ່າງປະເທດ.
  • ຜູ້ທີ່ໄດ້ຮັບການສະເໜີຊື່ບໍ່ຮັບປະກັນການອະນຸມັດສຳລັບການຈ່າຍເງິນລາງວັນ. ການຕັດສິນສຳລັບການຈ່າຍເງິນລາງວັນໂດຍລັດຖະມົນຕີກະຊວງການຕ່າງປະເທດແມ່ນຂັ້ນສຸດທ້າຍ ແລະຂັ້ນເດັດຂາດ ແລະ ບໍ່ຢູ່ພາຍໃຕ້ ການຄວບຄຸມຄວາມຊອບທຳດ້ວຍກົດໝາຍ.

ຈຳນວນການຈ່າຍເງິນລາງວັນແມ່ນຂຶ້ນກັບຈຳນວນປັດໄຈ ລວມທັງ ແຕ່ບໍ່ຈຳກັດໃນ: ຄຸນຄ່າຂອງຂໍ້ມູນທີ່ສະໜອງ;ລະດັບການຂົ່ມຂູ່ທີ່ຫລຸດຜ່ອນລົງຕາມຂໍ້ມູນທີ່ໄດ້ຮັບ;ລະດັບຄວາມຮ້າຍແຮງຂອງອັນຕະລາຍ ຫລື ການບາດເຈັບຕໍ່ບຸກຄົນ ຫລື ຊັບສິນຂອງ ສະຫະລັດເກີດຂຶ້ນໂດຍການຂົ່ມຂູ່;ຄວາມສ່ຽງຂອງຜູ້ໃຫ້ແຫລ່ງຂໍ້ມູນ ແລະຄອບຄົວຂອງພວກເຂົາທີ່ໄດ້ປະເຊີນ;ແລະລະດັບການຮ່ວມມືຂອງຜູ້ໃຫ້ແຫລ່ງຂໍ້ມູນ.  ຈະບໍ່ມີການຈ່າຍເງິນລາງວັນເພື່ອແລກປ່ຽນໃນການເປັນພະຍານ.

ການຈ່າຍເງິນລາງວັນໃຫ້ກັບ ຜູ້ໃຫ້ແຫລ່ງຂໍ້ມູນອາດບໍ່ເກີນຈຳນວນທັງໝົດເປັນໂດລາຂອງການມອບລາງວັນທີ່ໄດ້ລົງໂຄສະນາ.

ແມ່ນແລ້ວ, ລາງວັນເພື່ອຄວາມຍຸຕິທຳໄດ້ລຶບຊື່ຜູ້ຖືກສົງໄສຈຳນວນຫລວງຫລາຍອອກຈາກລາຍຊື່ໃນຊ່ວງເວລາຫລາຍປີຜ່ານມາ, ລວມເຖິງ ຜູ້ນຳອາລ –ໄກດາ Usama bin Ladin ແລະ ຜູ້ນຳກຸ່ມ ISIS Abu Bakr al-Baghdadi.  

ຜູ້ຖືກສົງໄສອາດຖືກລຶບຊື່ອອກຈາກລາຍຊື່ຂອງ RFJ ຍ້ອນຫລາຍເຫດຜົນ, ລວມເຖິງໃນເວລາພວກເຂົາຖືກຄຸມຕົວໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຫລື ເຈົ້າໜ້າທີ່ຕຳຫລວດ, ເມື່ອຢືນຢັນວ່າຕາຍແລ້ວ ຫລື ປະກາດໂດຍແຫລ່ງທາງການວ່າບຸກຄົນນັ້ນບໍ່ມີອັນຕະລາຍອີກຕໍ່ໄປ. 

ພວກເຮົາບໍ່ສົ່ງເສີມ ນັກລ່າເອກະຊົນທີ່ຫວັງເງິນລາງວັນ ແລະ ບຸກຄົນທີ່ບໍ່ແມ່ນພາກລັດອື່ນໆໃນການຕິດຕາມ ແລະຕາມຈັບຕົວ ຜູ້ກໍ່ການຮ້າຍ ຫລື ຄົນທີ່ຖືກຕາມລ່າຕົວໂດຍທາງການອື່ນໆ, ທາງກົງກັນຂ້າມ RFJ ໃຫ້ລາງວັນສຳລັບຂໍ້ມູນທີ່ຈະເຮັດໃຫ້ໜ່ວຍງານທີ່ມີອຳນາດຂອງລັດຖະບານທີ່ເໝາະສົມສາມາດຊອກຫາທີ່ຢູ່ ແລະ ຈັບຕົວບຸກຄົນດັ່ງກ່າວ.

ບຸກຄົນທີ່ມີຂໍ້ມູນຄວນສົ່ງຂໍ້ຄວາມເຖິງ RFJ ຜ່ານທາງ WhatsApp, Telegram, ຫຼື Signal ທີ່ໝາຍເລກ (202) 702-7843.  

ບຸກຄົນອາດສົ່ງຂໍ້ມູນຂອງພວກເຂົາໂດຍການຕິດຕໍ່ ຫ້ອງການຄວາມປອດໄພປະຈຳພາກພື້ນທີ່ສະຖານທູດ ສຫລ ຫລື ກົງສຸນ ທີ່ໃກ້ສຸດ ຫລື ຫ້ອງການ FBI ທີ່ໃກ້ສຸດ.

ເວັ້ນແຕ່ສະແດງວ່າມີການສະຫງວນລິຂະສິດ, ຂໍ້ມູນໃນ ເວັບໄຊທ໌ນີ້ແມ່ນໃນໂດເມນສາທາລະນະ ແລະ ອາດຈະສາມາດສ້າງຄືນໃໝ່, ເຜີຍແຜ່ ຫລື ນຳໃຊ້ໂດຍປາສະຈາກການອະນຸຍາດໂດຍ RFJ. ພວກເຮົາຮຽກຮ້ອງວ່າໃຫ້ອ້າງ RFJ ເປັນແຫລ່ງຂໍ້ມູນ ແລະ ຮຽກຮ້ອງໃຫ້ເຄດຣິດແກ່ຊ່າງພາບ ຫລື ຜູ້ຂຽນ ຫລື RFJ ຕາມທີ່ເໝາະສົມສຳລັບເຄດຣິດຮູບພາບ ຫລື ແຖວລະບຸຊື່ຜູ້ຂຽນ (bylines) ໃດໜຶ່ງ. 

ຖ້າມີສະຫງວນລິຂະສິດສະແດງໃນຮູບຖ່າຍ, ກຣາຟິກ ຫລື ເອກະສານອື່ນໃດໜຶ່ງ, ຕ້ອງໄດ້ຮັບການອະນຸຍາດຈາກແຫລ່ງເດີມໃນການສຳເນົາເອກະສານເຫລົ່ານີ້. ນອກຈາກນັ້ນ, ທ່ານຄວນຮັບຮູ້ວ່າ ກົດໝາຍອາຍາ ຂໍ້ກົດໝາຍ 18 U.S.C. 713, ແມ່ນຫ້າມໃນການໃຊ້ ເຄື່ອງໝາຍຊາດແຫ່ງ ສະຫະລັດອາເມລິກາພາຍໃຕ້ສະພາບແວດລ້ອມໜຶ່ງໆທີ່ກຳນົດໃນຂໍ້ກົດໝາຍນັ້ນ, ສະນັ້ນ ພວກເຮົາແນະນຳວ່າທ່ານປຶກສາກັບທີ່ປຶກສາດ້ານກົດໝາຍກ່ອນນຳໃຊ້ເຄື່ອງໝາຍຊາດໃນບໍລິບົດໃດໜຶ່ງ.

ລາງວັນເພື່ອຄວາມຍຸຕິທຳຄຸ້ມຄອງໂດຍ ຝ່າຍບໍລິການດ້ານຄວາມປອດໄພທາງການທູດຂອງກະຊວງການຕ່າງປະເທດສະຫະລັດ ຫຼື U.S. Department of State’s Diplomatic Security Service (DSS). DSS ລວມມີສ່ວນທີ່ກ່ຽວກັບ ລາງວັນເພື່ອຄວາມຍຸຕິທຳເທິງເວັບໄຊທ໌ທາງການຂອງກະຊວງ: https://www.state.gov/rewards-for-justice/. ໜ້ານັ້ນເຊື່ອມກັບຄືນຫາເວັບໄຊທ໌ນີ້ໂດຍກົງ — ເວັບໄຊທ໌ RFJ ທາງການ — ສຳລັບຄົນສົ່ງເບາະແສ.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content